ກະ​ກຽມ​ສາຍ​ພາບ​ແຕ້ມ 3 ມິ​ຕິ “ບັ້ນ​ຮົບ​ດ້ຽນ​ບຽນ​ຝູ”

(VOVWORLD) - ພາບພາໂນຣາມາ “ບັ້ນຮົບດ້ຽນບຽນຝູ” ແມ່ນຜົນງານສິລະປະທີ່ຍິ່ງໃຫຍ່ ດ້ວຍເນື້ອທີ່ທັງໝົດກວ່າ 3.000 m2, ໂດຍນັກຈິດຕະກອນ 200 ທ່ານແຕ້ມຂຶ້ນ.

ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/05/1954 – 07/05/2024), ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດການສາຍພາບແຕ້ມ “ບັ້ນຮົບດ້ຽນບຽນຝູ” ດ້ວຍເຕັກໂນໂລຢີ 3 ມິຕິ ໃນຕອນຄ່ຳວັນທີ 03 ພຶດສະພາ ຢູ່ອະນຸສອນສະຖານ ກາມຕື໋ (ເມືອງຮວ່ານກຽມ, ຮ່າໂນ້ຍ). ນີ້ແມ່ນພາບແຕ້ມພາໂນຣາມາ ວາດພາບຄືນປະຫວັດສາດທີ່ສະຫງ່າອົງອາດ, ຊ່ວຍປະຊາຊົນທັງພາຍໃນປະເທດ ແລະ ເພື່ອນມິດສາກົນມີຄວາມຮູ້ສຶກຢ່າງແທດຈິງ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວິວັດການ, ຄວາມໝາຍປະຫວັດສາດຂອງໄຊຊະນະ ດ້ຽນບຽນຝູ - ຂີດໝາຍອັນສະຫງ່າຂອງຊາດ. ລາຍການສາຍພາບແຕ້ມ ພາໂນຣາມາ ດ້ຽນບຽນຝູ ດ້ວຍເຕັກໂນໂລຢີ 3ມິຕິ ໄດ້ດຳເນີນຈົນຮອດວັນທີ 05 ພຶດສະພາ ຈຶ່ງອັດລົງ ເພື່ອຮັບໃຊ້ມະຫາຊົນຢູ່ຮ່າໂນ້ຍ. ພາບພາໂນຣາມາ “ບັ້ນຮົບດ້ຽນບຽນຝູ” ແມ່ນຜົນງານສິລະປະທີ່ຍິ່ງໃຫຍ່ ດ້ວຍເນື້ອທີ່ທັງໝົດກວ່າ 3.000 m2, ໂດຍນັກຈິດຕະກອນ 200 ທ່ານແຕ້ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ