ການ​ສົ່ງ​ອອກ​ຜະ​ລິດ​ຕະ​ກັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ ບັນ​ລຸກວ່າ 19 ຕື້ USD

(VOVWORLD) - ວັນທີ 01 ພຶດສະພາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ໃນ 4 ເດືອນຕົ້ນປີ 2024, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າ ຈະບັນລຸກວ່າ 19 ຕື້ USD, ເພີ່ມຂຶ້ນເກືອບ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

      ບັນດາໝວດສິນຄ້າສົ່ງອອກຂອງຂະແໜງລ້ວນແຕ່ເພີ່ມຂຶ້ນ, ສະນັ້ນ, ວົງເງິນສົ່ງອອກກໍໄດ້ເພີ່ມຂຶ້ນ. ກ່ຽວກັບຕະຫຼາດ, ການສົ່ງອອກໄປຍັງ ອາຊີ ໄດ້ເພີ່ມຂຶ້ນເກືອບ 20%; ທະວີບ ອາເມລິກາ ເພີ່ມຂຶ້ນ 24,6%; ເອີຣົບ ເພີ່ມຂຶ້ນ 38,6%; ທະວີບມະຫາສະໝຸດ ເພີ່ມຂຶ້ນ 26%... ອາເມລິກາ, ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດໃຫຍ່ສຸດທີ່ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ.        

        ເພື່ອສືບຕໍ່ຮັກສາທ່າເຕີບໂຕໃນການສົ່ງອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ຈະເປີດປະຕູບັນດາຕະຫຼາດໃໝ່, ມີກຳລັງບົ່ມຊ້ອນ  ເຊັ່ນ: ບັນດາປະເທດ ອິດສະລາມ, ຕາເວັນອອກກາງ, ທະວີບ ອາຟະລິກາ… ທາງກະຊວງກໍໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ວິສາຫະກິດຍາດແຍ່ງບັນດາໂອກາດຈາກບັນດາສົນທິສັນຍາການຄ້າເສລີ ທີ່ໄດ້ລົງນາມກັບບັນດາປະເທດ, ພ້ອມດຽວກັນນັ້ນ, ກໍ່ໜູນຊ່ວຍການປົກປ້ອງຍີ່ຫໍ້, ຂໍ້ມູນທີ່ມາຂອງບັນດາຜະລິດຕະພັນສົ່ງອອກທີ່ມີກຳລັງບົ່ມຊ້ອນຂອງ ຫວຽດນາມ ຢູ່ຕ່າງປະເທດ.                                                                                                                                                                                                                                                                                                                                  

 

ຕອບກັບ

ຂ່າວ/ບົດ​ອື່ນ