ວົງການນັກຊ່ຽວຊານຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ

(VOVWORLD) - ມີວິສາຫະກິດຕ່າງປະເທດຫຼາຍແຫ່ງກໍ່ມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ.
ວົງການນັກຊ່ຽວຊານຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ - ảnh 1(ພາບປະກອບ: TTXVN)

        ດ້ວຍລະດັບເຕີບໂຕທີ່ໜ້າປະທັບໃຈແມ່ນ 5,66% ໃນໄຕມາດທີ 1 ປີ 2024, ໃນສະພາບທີ່ເສດຖະກິດທົ່ວໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ເສດຖະກິດ ຫວຽດນາມ ພວມໄດ້ຮັບການຕີລາຄາຕັ້ງໜ້າຫຼາຍຢ່າງຈາກບັນດານັກຊ່ຽວຊານຕ່າງປະເທດ, ກາຍເປັນໜຶ່ງໃນບັນດາສະຖານທີ່ລົງທຶນດຶງດູດໃຈຢູ່ພາກພື້ນ.

        ໃນຂອບເຂດກອງປະຊຸມປະຈຳປີລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງ ວໍໍຊິງຕັນ ດີຊີ, ອາເມລິກາ ແຕ່ວັນທີ 15 – 20 ເມສາ, ທ່ານ Paulo Medas, ຫົວໜ້າຄະນະຜູ້ໃຫ້ຄຳປຶກສາ ແລະ ຕິດຕາມເສດຖະກິດມະຫາພາກ ຫວຽດນາມ ຂອງ IMF ຖືວ່າ, ຫວຽດນາມ ພວມແມ່ນສະຖານທີ່ດຶດດູດໃຈໃຫ້ແກ່ນັກລົງທຶນຕ່າງປະເທດ (FDI). ທ່ານຕີລາຄາວ່າ, ໃນສະພາບລະບົບສະໜອງພວມຄ່ອຍໆຫັນໄປສູ່ ອາຊີ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາຕະຫຼາດດຶງດູດໃຈ, ດຶງດູດທຶນ FDI ເປັນຈຳນວນຫຼາຍ ຍ້ອນສະພາບແວດລ້ອມແຫ່ງການລົງທຶນມີສະຖຽນລະພາບ, ພື້ນຖານເສດຖະກິດບັນລຸລະດັບເຕີບໂຕສູງ, ຕະຫຼາດພາຍໃນມີຂອບຂະໜາດໃຫຍ່ ແລະ ແຫຼ່ງຊັບພະຍາກອນມະນຸດໜຸ່ມ.

        ກ່ອນໜ້ານັ້ນ, IMF ຄາດຄະເນວ່າ, ຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ໄລ່ຕາມກຳລັງຊື້ທຽບເທົ່າ (PPP) ຈະບັນລຸເກືອບ 2.343 ຕື້ USD ໃນປີ 2029, ລື່ນກາຍ ອົດສະຕາລີ, ໂປໂລຍ ແລະ ຢືນອັນດັບທີ 20 ໃນໂລກ.

        ໃນຂະນະນັ້ນ, ທະນາຄານພັດທະນາ ອາຊີ (ADB) ສະແດງຄວາມປະເອີບໃຈເມື່ອແງ່ຫວັງເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 6,0% ໃນປີ 2024 ແລະ 6,2% ໃນປີ 2025. ຕາມ ADB ແລ້ວ, ການຟື້ນຟູໃນບັນດາຂະແໜງອຸດສາຫະກຳປຸງແຕ່ງ, ການສົ່ງອອກ, ການບໍລິການທີ່ມີຄວາມຮອບດ້ານພໍສົມຄວນ ແລະ ການເຄື່ອນໄຫວຂອງຂະແໜງກະສິກຳມີສະຖຽນລະພາບນັ້ນ ໄດ້ຮັບຄວາມຫວັງວ່າຈະໜູນຊ່ວຍໃຫ້ແກ່ທ່າຟື້ນຟູຂອງ ຫວຽດນາມ.

        ບໍ່ພຽງແຕ່ໄດ້ຮັບການຕີລາຄາຈາກບັນດາອົງການຈັດຕັ້ງສາກົນເທົ່ານັ້ນ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງກໍ່ມີການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ