ບັນດາຜູ້ມີຂໍ້ລິເລີ່ມທີ່ດີໃນໝູ່ກຳມະກອນຢູ່ນະຄອນ ຫ໋າຍຟ່ອງ

(VOVWORLD) -ມີການດັດສ້າງ ມີຫົວຄິດປະດິດສ້າງໃນການອອກແຮງງານ ທຳການຜະລິດ ໄດ້ກາຍເປັນຂະບວນການແຂ່ງຂັນທີ່ຟົດຟື້ນ ໃນໝູ່ກຳມະກອນຜູ້ອອກແຮງງານຢູ່ ຫ໋າຍຟ່ອງ. ມີຂໍ້ລິເລີ່ມຫຼາຍຂໍ້ໄດ້ນຳຜົນກຳໄລນັບຕື້ດົ່ງມາໃຫ້ວິສາຫະກິດ ຊ່ວຍຍົກສູງປະສິດທິຜົນຂອງວຽກງານ ຫຼຸດຜ່ອນກຳລັງແຮງງານຂອງກຳມະກອນ.
ບັນດາຜູ້ມີຂໍ້ລິເລີ່ມທີ່ດີໃນໝູ່ກຳມະກອນຢູ່ນະຄອນ ຫ໋າຍຟ່ອງ - ảnh 1ນາງ ຫງວຽນທິທູຮ່ຽນ ສັງກັດບໍລິສັດ Bumhan Vina Heavy Industries ຈຳກັດ

     “ຂ້າພະເຈົ້າມີການດັດສ້າງຫຼາຍຢ່າງ ແຕ່ການດັດສ້າງທີ່ມີຄວາມສຸດຈິດສຸດໃຈທີ່ສຸດ ນັ້ນແມ່ນການປ່ຽນແປງລະດັບການເຄື່ອນຍ້າຍຂອງເຄັມ ເພື່ອແຕ້ມດ້ວຍນ້ຳຢາງ ພາຍຫຼັງສ້າງສຳເລັດຜະລິດຕະພັນບໍ່ຖືກເສື່ອມຄຸນນະພາບ ແລະ ສາມາດຮັບໃຊ້ລູກຄ້າໄດ້ເປັນຢ່າງດີທີ່ສຸດ. ຂໍ້ລິເລີ່ມເຫຼົ່ານີ້ຈະເປັນການຫຼຸດຜ່ອນກຳລັງແຮງງານຂອງກຳມະກອນ ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິຜົນໃນການອອກແຮງງານຂອງບໍລິສັດ”.

     “ບັນດາຂໍ້ລິເລີ່ມດັດສ້າງເຊັ່ນນັ້ນ ເຖິງວ່າພຽງແຕ່ເຮັດໃຫ້ປ່ຽນແປງເລັກນ້ອຍກໍ່ຕາມ ແຕ່ກໍ່ຍັງປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຫຼຸດຜ່ອນອັດຕາສ່ວນຜະລິດຕະພັນເສື່ອມຄຸນນະພາບ ແລະ ສາມາດປະຢັດກຳລັງແຮງງານ”.

      ບັນດາຄຳເຫັນດັ່ງກ່າວ ແມ່ນຄວາມໃນໃຈຂອງກຳມະກອນ ຫງວຽນຊວນດວ່ານ ແລະ ຫງວຽນກວາງຝູ໊ ເຊິ່ງແມ່ນສອງໃນຈຳນວນບັນດາບຸກຄົນນຳໜ້າ ໃນຂະບວນການປະດິດຄິດສ້າງຂອງບໍລິສັດ LG Innotek ຈຳກັດ. ບັນດາຂໍ້ລິເລີ່ມດັ່ງກ່າວ ໄດ້ຊ່ວຍວິສາຫະກິດປະຢັດຄ່າໃຊ້ຈ່າຍນັບຕື້ດົ່ງ ພ້ອມທັງປະກອບສ່ວນປະຢັດກຳລັງແຮງງານເພີ່ມປະສິດທິຜົນຂອງວຽກງານ. ສ່ວນຢູ່ບໍລິສັດ Toyota Boshoku ຫ໋າຍຟ່ອງ ທີ່ເຂດອຸດສາຫະກຳ ຍີ່ປຸ່ນ - ຫ໋າຍຟ່ອງ, ກຳມະກອນ ຈູແອັງຕູ໊ ມີຊື່ສຽງເປັນແບບຢ່າງທີ່ດີກ່ຽວກັບການອອກແຮງງານຢ່າງມີຫົວຄິດປະດິດສ້າງ. ບໍ່ພຽງແຕ່ມີບັນດາຂໍ້ລິເລີ່ມຊ່ວຍຫາຜົນກຳໄລນັບຕື້ດົ່ງ ໃຫ້ແກ່ວິສາຫະກິດເທົ່ານັ້ນ, ອ້າຍ ຈູແອັງຕູ໊ ຍັງໄດ້ຮັບໃບຢັ້ງຢືນອອກແຮງງານຢ່າງມີຫົວຄິດປະດີດສ້າງສາມຄັ້ງຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ. ຈູແອັງຕູ໊ ໃຫ້ຮູວ່າ:

    “ວິສາຫະກິດຂອງພວກຂ້າພະເຈົ້າ ຍາມໃດກໍ່ເຊີດຊູລັກສະນະດັດສ້າງ. ສະມາຊິກແຕ່ລະຄົນໃນບໍລິສັດ ພຽງແຕ່ຫຼຸດຜ່ອນໜຶ່ງວິນາທີ ຫຼື ສາມາດປະຢັດໄດ້ສິ່ງໃດສິ່ງໜຶ່ງກໍ່ແມ່ນແນວຄວາມຄິດທີ່ມີຫົວຄິດປະດິດສ້າງ. ສຳລັບບົດບາດເປັນຫົວໜ້າພາກສ່ວນ. ຂ້າພະເຈົ້າພ້ອມກັບຂັ້ນລຸ່ມໄດ້ຍົກອອກຫຼາຍແນວຄວາມຄິດ ເພື່ອເຮັດສຳເລັດເປົ້າໝາຍທີ່ໄດ້ວາງອອກ ແລະ ກໍ່ເຊີດຊູຈິດໃຈເຮັດວຽກຂອງຊາວ ຫວຽດນາມ”.

     ນອກຈາກຈຳນວນບັນດາແບບຢ່າງທີ່ດີໃນໝູ່ກຳມະກອນຜູ້ອອກແຮງງານທີ່ນະຄອນ ຫ໋າຍຟ່ອງ ນັ້ນ ກໍ່ຍັງມີການປະກອບສ່ວນຂອງບັນດາກຳມະກອນຍິງ ໃນນັ້ນມີນາງ ຫງວຽນທິທູຮ່ຽນ ສັງກັດບໍລິສັດ Bumhan Vina Heavy Industries ຈຳກັດ ເຊິ່ງແມ່ນວິສາຫະກິດຜະລິດສະເພາະແຕ່ໂຄງສ້າງເຫຼັກກ້າທີ່ມີຄຸນນະພາບສູງ, ນາງ ຮ່ຽນ ໄດ້ຮັບໃບຍ້ອງຍໍຫຼາຍຄັ້ງ ແລະ ນາມມະຍົດ “ນັກວິສາວະກອນດີເລີດ” ຂອງບໍລິສັດ. ນາງ ຮ່ຽນ ແບ່ງປັນວ່າ:

      “ຂ້າພະເຈົ້າໄດ້ຝຶກຝົນຫຼໍ່ຫຼອມ ສະສົມຄວາມຮູ້ເພື່ອແກ້ໄຂວຽກງານກໍ່ຄືຮຽນຕາມມາດຖານສາກົນ. ເມື່ອເກີດບັນຫາກ່ຽວກັບການອອກແບບ, ຂ້າພະເຈົ້າຍາມໃດກໍ່ໃຫ້ບຸລິມະສິດແກ່ລະດັບຄວາມຄືບໜ້າ. ເພາະວ່າພຽງແຕ່ຊັກຊ້າເລັກນ້ອຍໃນວຽກງານກໍ່ຈະພາໃຫ້ກຳມະກອນນັບພັນຄົນຕ້ອງລໍຖ້າ ຫຼື ຢຸດການເຄື່ອນໄຫວ. ເພາະສະນັ້ນ ຂ້າພະເຈົ້າຍາມໃດກໍ່ຕັດສິນໃຈ ເພື່ອຊອກຮູ້ຜະລິດຕະພັນ ແລະ ຍົກອອກຂໍ້ຄວາມຕັດສິນຢ່າງວ່ອງໄວ ແລະ ປະຢັດຄ່າໃຊ້ຈ່າຍ, ວັນເວລາ ແລະ ວັດສະດຸ”.

    ໃນປີທີ່ຜ່ານມາ ກຳມະກອນຜູ້ອອກແຮງງານທີ່ນະຄອນ ຫ໋າຍຟ່ອງ ໄດ້ມີຂໍ້ລິເລີ່ມປະດິດຄິດສ້າງນັບພັນ ຂໍ້ສາມາດຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ,ຫຼຸດຜ່ອນກຳລັງແຮງງານ, ຍົກສູງປະສິດທິຜົນຂອງວຽກງານ; ໃນນັ້ນມີຂໍ້ລິເລີ່ມ ວິທີການແກ້ໄຂ ໄດ້ຮັບໃບຍ້ອງຍໍຈາກສະຫະພັນໃຫຍ່ແຮງງານ ຫວຽດນາມ. ການປະດິດຄິດສ້າງເຫຼົ່ານີ້ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ຜູ້ອອກແຮງງານເທົ່ານັ້ນ ຫາກຍັງເປັນການຢັ້ງຢືນຄວາມເມົາມົວ ຫ້າວຫັນໃນການອອກແຮງງານ ການມີຫົວຄິດປະດິດສ້າງ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງກຳມະກອນຜູ້ອອກແຮງງານ ນະຄອນ ຫ໋າຍຟ່ອງ ເວົ້າສະເພາະ ແລະ ກຳມະກອນ ຫວຽດນາມເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ