ກິ່ວ ລຸ້ງໂລ ແຫ່ງເທບນິຍາຍ

(VOVWORLD) - ກິ່ວ ລຸ້ງໂລ ແມ່ນເສັ້ນທາງຫຼັກເພື່ອລຳລຽງທັນຍາຫານ, ສົ່ງທະຫານຮັບໃຊ້ເປົ້າໝາຍທຳລາຍຖານທີ່ໝັ້ນ ດ້ຽນບຽນຝູ ໃນບັ້ນຮົບ ດ້ຽນບຽນຝູ ກ່ອນນີ້.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 398 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງລາວ.
ກິ່ວ ລຸ້ງໂລ ແຫ່ງເທບນິຍາຍ - ảnh 1ວັນທີ 30 ເມສາ 1975 - ແມ່ນຂີດໝາຍ ຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນ
(ພາບ: xaydungdang.org.vn)

ເພື່ອນ ນິລະພອນ, ບຸນມີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວ ມາຫາລາຍການໂດຍໄດ້ສົ່ງຄຳພວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ຫວຽດນາມ ເປັນເອກະພາບ ຄືວັນທີ 30 ເມສາ ແລະ ວັນກຳມະກອນສາກົນທີ 01 ພຶດສະພາ. ເນື້ອໃນຈົດໝາຍມີຕອນຂຽນວ່າ: ວັນທີ 30 ເມສາ 1975 - ແມ່ນຂີດໝາຍ ຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນ ພາຍຫຼັງການບຸກໂຈຕີຄັ້ງໃຫຍ່ ໃນລະດູບານໃໝ່ປີ 1975. ວັນທີ 30 ເມສາ ໄດ້ກ້າວເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ຄືດັ່ງຂີດໝາຍທີ່ສະຫງ່າລາສີ ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດຂອງເອກະລາຊົນຊາດ ແລະ ລັດທິສັງຄົມນິຍົມ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້ສຸມກຳລັງແຮງ ແລະ ພູມປັນຍາ ເພື່ອຮຳບາດແຜສົງຄາມ, ສ້າງຊີວິດໃໝ່ ແລະ ປົກປັກຮັກສາປະເທດ ຫວຽດນາມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາອ້າຍເອື້ອຍຂອງ VOV5 ເວົ້າລວມ ແລະ ປະຊາຊົນ ຫວຽດນາມ ເວົ້າສະເພາະ ມີວັນພັກບຸນທີ່ມີຫຼາຍຄວາມໝາຍພ້ອມກັບຄອບຄົວ.

ສ່ວນໃນອີເມວສົ່ງເຖິງລາຍການ, ເພື່ອນ ຈິດຕະວົງ ຢູ່ແຂວງ ຄຳມ່ວນ, ແບ່ງປັນວ່າ: ວັນເສລີພາບສື່ມວນຊົນໂລກ (World Press Freedom Day) ໂດຍສະຫະປະຊາຊາດສ້າງຂຶ້ນໃນວັນທີ 03 ພຶດສະພາ ແມ່ນເພື່ອລະດົມກຳລັງໃຈ ແລະ ຍົກສູງຄວາມສຳຄັນ ຄວາມເສລີພາບຂອງສື່ມວນຊົນໃນທົ່ວໂລກ. ຂ້າພະເຈົ້າຫວັງວ່າ ພວກເພື່ອນຈົ່ງມານະພະຍາຍາມສ່ອງແສງບັນດາໂອກາດ ແລະ ສິ່ງທ້າທາຍ ໃນຄວາມເສລີພາບຂອງສື່ມວນຊົນປະຈຸບັນ ໃນຍຸກສະໄໝດີຈີຕອນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຜ່ານບັນດາຄວາມມານະພະຍາຍາມຂອງນັກຂ່າວ, ບັນນາທິການ, VOV ຈະນັບມື້ນັບພັດທະນາ, ມີຫຼາຍຂ່າວ, ບົດ ໄດ້ຮັກສາຕາມການກຳນົດທິດສະໜອງຂໍ້ມູນທີ່ດີໃຫ້ແກ່ມະຫາຊົນ, ນຳມາເຊິ່ງຜົນປະໂຫຍດໃຫ້ທຸກໆຄົນ.

ກິ່ວ ລຸ້ງໂລ ແຫ່ງເທບນິຍາຍ - ảnh 2ກິ່ວ ລຸ້ງໂລ ໄດ້ຕັ້ງຢູ່ກາງເຂດແດນລະຫວ່າງແຂວງ ລ້າງເຊີນ ແລະ ແຂວງ ອຽນບາຍ
(ພາບ: baoyenbai.com.vn)

ເພື່ອນ ວຽງໄຊ, ຢູ່ແຂວງ ຜົ້ງສາລີ, ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູວ່າ, ກິ່ວ ລຸ້ງໂລ ແມ່ນກິ່ວທີ່ກອງທັບ ແລະ ປະຊາຊົນ ຫວຽດນາມ ລຳລຽງທັນຍາຫານ, ສົ່ງທະຫານຮັບໃຊ້ໃຫ້ແກ່ສະໜາມຮົບ ດ້ຽນບຽນ. ຜ່ານລາຍການ, ຂ້າພະເຈົ້າຢາກໄດ້ຮັບການແນະນຳກ່ຽວກັບກິ່ວ ລຸ້ງໂລ ແລະ ເຂດນີ້ເໝາະທີ່ຈະໄປຢ້ຽມຢ້ຽມດ້ວຍລົດຈັກບໍ່?

    ເພື່ອນ ວຽງໄຊ ທີ່ຮັກແພງ, ກິ່ວ ລຸ້ງໂລ ໄດ້ຕັ້ງຢູ່ກາງເຂດແດນລະຫວ່າງແຂວງ ລ້າງເຊີນ ແລະ ແຂວງ ອຽນບາຍ. ກິ່ວ ລຸ້ງໂລ ແມ່ນເສັ້ນທາງຫຼັກເພື່ອລຳລຽງທັນຍາຫານ, ສົ່ງທະຫານຮັບໃຊ້ເປົ້າໝາຍທຳລາຍຖານທີ່ໝັ້ນ ດ້ຽນບຽນຝູ ໃນບັ້ນຮົບ ດ້ຽນບຽນຝູ ກ່ອນນີ້. ປະຈຸບັນ, ກິ່ວເທບນິຍາຍແຫ່ງນີ້ ໄດ້ປ່ຽນແປງຫຼາຍຢ່າງເມື່ອທຽບໃສ່ເມື່ອກ່ອນ, ເຖິງຢ່າງໃດກໍ່ຕາມ, ບັນດາຂີດໝາຍປະຫວັດສາດຍັງໄດ້ຄົງຕົວຕະຫຼອດໄປ. ດ້ວຍຄວາມຍາວ 15 ກມ, ເລື່ອງຂີ່ລົດຈັກໄປ ກິ່ວ ລຸ້ງໂລ ແມ່ນການເດີນທາງທີ່ໜ້າຈັບໃຈທີ່ເພື່ອນຄວນລອງເທື່ອໜຶ່ງ. ຢູ່ອ້ອມຮອບເສັ້ນທາງຂອງກິ່ວນັ້ນ ແມ່ນສີຂຽວຂອງພູຜາປ່າໄມ້ ອຽນບາຍ.  ຢືນຢູ່ຈອມກິ່ວເພື່ອນຈະສາມາດຊົມທິວທັດທຳມະຊາດຂອງ ອຽນບາຍ ທີ່ສວຍງາມ, ສະຫງົບງຽບ. ຖ້າຂີ່ລົດລຽບຕາມເສັ້ນທາງແຫ່ງນີ້, ເພື່ອນຈະສາມາດຢ້ຽມຢາມບັນດາສະຖານທີ່ທີ່ດຶງດູດໃຈຂອງ ອຽນບາຍ, ຄື: ເມື່ອງເກີຍ, ເທືື້ອງບັ່ງລາ… ຫວັງວ່າເພື່ອນຈະປະສົບກັບສິ່ງທີ່ສະດງກສະບາຍໃນມີການທ່ອງທ່ຽວຄັ້ງນີ້ ແລະ ຢ່າລືມແບ່ງປັນຄວາມຮູ້ສຶກຂອງຕົນພາຍຫຼັງກັບມາແດເດີ.

ເພື່ອນ ຄຳສີ, ພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ ໄດ້ໂທລະສັບມາຫາລາຍການ ໂດຍຢາກຮູ້ຂໍ້ມູນກ່ຽວກັບງານບຸນດອກບົວ ດົ່ງທາບ. ງານບຸນນີ້ຈະຈັດຂຶ້ນໃນເວລາໃດ, ປີນີ້ຈະມີການເຄື່ອນໄຫວພົ້ນເດັ່ນໃດແດ່?

     ເພື່ອນ ຄຳສີ, ທີ່ຮັກແພງ, ຕາມຂໍ້ມູນຈາກຄະນະກຳມະການປະຊາຊົນແຂວງ ດົ່ງທາບ ໄດ້ປະກາດໃນອາທິດຜ່ານມາ, ງານບຸນດອກບົວ ດົ່ງທາບ ຄັ້ງທີ 2 ປີ 2024 ດ້ວຍຫົວຂໍ້ “ສີສັນດອກບົວປະກາຍແຈ້ງ” ຈະຈັດຂຶ້ນຢູ່ສວນສາທາລະນະ ວຽນມຽວ (ນະຄອນ ກາວແລ້ງ, ແຂວງ ດົ່ງທາບ), ແຕ່ວັນທີ 16 – 19 ພຶດສະພາ 2024. ນີ້ແມ່ນເຫດການລະດັບແຂວງ, ດ້ວຍຫຼາຍການເຄື່ອນໄຫວທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ (ປະມານ 30 ລາຍການ). ໃນນັ້ນ, ມີບັນດາການເຄື່ອນໄຫວພົ້ນເດັ່ນ, ຄື: ກອງປະຊຸມສຳມະນາສາກົນກ່ຽວກັບດອກບົວ; ກອງປະຊຸມສຳມະນາຍົກສູງມູນຄ່າຜະລິດຕະພັນຈາກດອກບົວ ແຂວງ ດົ່ງທາບ; ເຂດວາງສະແດງດອກບົວສາກົນ, ງານປະກວດແຕ່ງບັນດາເຍື່ອງອາຫານຈາກບົວ… ພິເສດ, ຢູ່ງານບຸນນີ້ຍັງມີບັນດາການເຄື່ອນໄຫວພົ້ນເດັ່ນຄື: ການສ້າງແຜນທີ່ ຫວຽດນາມ ດ້ວຍດອກບົວໃຫຍ່ທີ່ສຸດໃນທົ່ວປະເທດ; ເຂດວາງສະແດງ 66.000 ໂຖດອກບົວ ໂດຍມີດອກບົວ 57 ຊະນິດ ເຊິ່ງຈະສ້າງເປັນເຂດດອກບົວທີ່ດຶງດູດໃຈປະຊາຊົນ ແລະ ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ